/ PARTNERS — ສຳລັບຮ້ານວັດສະດຸກໍ່ສ້າງ
ນຳຮ້ານຄ້າຂອງທ່ານເຂົ້າຮ່ວມກັບ AbimconBOQ
ທຸກໆ BOQ ທີ່ຜູ້ໃຊ້ຄິດໄລ່ ຄືລາຍການວັດສະດຸທີ່ມີຄວາມຕ້ອງການຊື້ແທ້. ເມື່ອຮ່ວມເປັນຄູ່ຄ້າ (Partner) ສິນຄ້າ ແລະ ລາຄາຂອງຮ້ານທ່ານຈະສະແດງໃນລະບົບ ພ້ອມຮັບໃບສັ່ງຊື້ໄດ້ໂດຍກົງ.
ເພີ່ມໂອກາດໃຫ້ລູກຄ້າມາຫາທ່ານເອງລະບົບ BOQ ຂອງຜູ້ໃຊ້ AbimconBOQ ຈະສົ່ງໃບສັ່ງຊື້ວັດສະດຸໄປຫາຮ້ານຄ້າຄູ່ຄ້າ (Partner) ໂດຍກົງ — ເພີ່ມຍອດຂາຍໂດຍບໍ່ຕ້ອງຫາລູກຄ້າເອງ.
ສະແດງສິນຄ້າໃນ Catalogue ສູນກາງຂໍ້ມູນສິນຄ້າ ແລະ ລາຄາຂອງຮ້ານທ່ານ ຈະສະແດງໃນລະບົບ AbimconBOQ ທີ່ສະຖາປະນິກ, ວິສະວະກອນ ແລະ ຜູ້ຮັບເໝົາໃຊ້ຄິດໄລ່ BOQ ໃນທຸກໆມື້.
ລະບົບອັບເດດລາຄາທີ່ງ່າຍດາຍຈັດການງ່າຍໂດຍໃຊ້ Google Sheets ທີ່ພະນັກງານຄຸ້ນເຄີຍ — ພຽງແຕ່ແກ້ໄຂລາຄາໃນ Sheets ລະບົບຈະດຶງຂໍ້ມູນອັດຕະໂນມັດ, ພ້ອມທັງມີໜ້າ Partner Portal ແລະ API ຮອງຮັບສຳລັບຮ້ານຄ້າທີ່ມີລະບົບພາຍໃນ.