ສ້າງລາຍການວັດສະດຸເທື່ອດຽວ ຖອດ BOQ ຈາກໂມເດວໄດ້ທຸກໂຄງການເລີກນັ່ງນັບເອງໄດ້ແລ້ວ. ພຽງແຕ່ຜູກຄ່າວັດສະດຸ-ຄ່າແຮງໃສ່ໃນໂມເດວ SketchUp ຂອງເຈົ້າ ແລ້ວໃຫ້ AbimconBOQ ວັດແທກປະລິມານອອກມາເປັນ BOQ ພ້ອມລາຄາທີ່ຖືກຕ້ອງ (ຮອງຮັບ 17 ສະກຸນເງິນ) ພ້ອມສົ່ງອອກເປັນໄຟລ໌ PDF ຫຼື Excel ທັນທີ.
| ລາຍການ | QTY | UNIT | ລວມ · LAK | |
|---|---|---|---|---|
| STRUCTURE · 01.01 ວຽກໂຄງສ້າງເບຕົງ ແລະ ເຫຼັກ | ||||
| ເບຕົງປະສົມເສັດ (Ready-Mix Concrete) C25/30 | 45.00 | ມ³ | 65,250,000 | |
| ເຫຼັກຂໍ້ອ້ອຍ DB16 (Deformed Bar Steel - SD40) | 3.50 | ໂຕນ | 60,200,000 | |
| ARCHITECT · 02.01 ວຽກສະຖາປັດ ແລະ ຕົກແຕ່ງ | ||||
| ວຽກກໍ່ຝາກຳແພງ ດິນຈີ່ບລັອກ ໜາ 10cm | 120.00 | ມ² | 23,400,000 | |
| ກະເບື້ອງປູພື້ນ Granito 60x60 cm — Super White | 85.00 | ມ² | 20,400,000 | |
| ວຽກທາສີຈິງພາຍໃນ (Premium Acrylic Interior Paint) | 350.00 | ມ² | 23,800,000 | |
| GRAND TOTAL · ມູນຄ່າໂຄງການ | 193,050,000 | |||
ສ້າງລາຄາວັດສະດຸຕົວຈິງ
ມາຊ່ວຍຖອດປະລິມານແບບເປະໆ
ຖອດປະລິມານໄດ້ 4 ມິຕິ ຈາກ Object ດຽວ
ໂປຣແກຣມຈະອ່ານຄ່າ ຈຳນວນ, ຄວາມຍາວ, ພື້ນທີ່ ແລະ ບໍລິມາດ ຈາກ 3D ໂມເດວໃຫ້ອັດຕະໂນມັດ. ມັນເໝາະທີ່ຈະອ່ານຄວາມຍາວແທ້ຂອງທໍ່ ຫຼື ເຫຼັກ, ລວມພື້ນທີ່ທາສີ ຫຼື ປູກະໂລ້ ພ້ອມທັງມີຕົວຊ່ວຍເຕືອນ Non-Solid ແລະ Scaled-object ເພື່ອບອກໃຫ້ຮູ້ວ່າ Object ໃດທີ່ບໍ່ສາມາດອ່ານບໍລິມາດໄດ້ — ໝົດບັນຫາບໍລິມາດບໍ່ຖືກຕ້ອງຈາກ geometry ທີ່ບໍ່ສົມບູນ.
ບອກລາການເຮັດໃບປະເມີນລາຄາແບບເດີມໆ
ຕັ້ງຄ່າຂອງ-ຄ່າແຮງ, ຫົວໜ່ວຍ, Factor, ເປີເຊັນເຜື່ອເສຍ ແລະ ນ້ຳໜັກ ໄວ້ບາດດຽວ ແລ້ວເອົາໄປໃຊ້ໄດ້ທຸກໂຄງການ. ຕີລາຄາໄດ້ 17 ສະກຸນເງິນ ພ້ອມມີລະບົບລັອກອັດຕາແລກປ່ຽນກັນເງິນເຟີ້ໃນແຕ່ລະລາຍການ. ກົດ Fetch live rates ເພື່ອດຶງຄ່າເງິນລ່າສຸດ ຫຼື ຈະພິມອັດຕາແລກປ່ຽນເອງຕາມທະນາຄານທ້ອງຖິ່ນກໍໄດ້ (ເຊັ່ນ 687 Kip ຕໍ່ 1 Baht).
ດຶງຖານຂໍ້ມູນວັດສະດຸເຂົ້າໃຊ້ໃນ SketchUp ໂດຍກົງ
ເຈົ້າສາມາດຄົ້ນຫາວັດສະດຸໄດ້ເລິກເຖິງ 5 ລະດັບ. ເລືອກຈັບຄູ່ໃສ່ໂມເດວໄດ້ 3 ແບບ: Component, Material (ທາສີໃສ່ເລີຍ) ຫຼື ຜູກໃສ່ Tag/Layer. ຍັງສາມາດດຶງລາຍການລາຄາຈາກ Excel ເຂົ້າມາ ຫຼື ແຊຣຖານຂໍ້ມູນໃຫ້ທີມງານຜ່ານ Cloud ດ້ວຍ Gmail ໄດ້ນຳ.
ປ່ຽນ Object ທຳມະດາ ໃຫ້ກາຍເປັນ BIM
ພຽງແຕ່ແນບໄຟລ໌ 3D .skp (ບໍ່ເກີນ 10 MB) ເຂົ້າກັບ Component, ເມື່ອວາງລົງໄປແລ້ວກົດ Refresh ມັນກໍຈະໄລ່ລາຄາໃຫ້ໄດ້ເລີຍ. ມີລະບົບ Model Select ຊ່ວຍກວດ Object ທີ່ຖືກຖອດເອົາຂໍ້ມູນຢູ່ (ແດງ=Component, ຂຽວ=Tag, ບົວ=Material) ເວລາຄລິກແຖວໃນ BOQ ມັນກໍຈະຊູມໄປຫາ Object ນັ້ນໃນໂມເດວທັນທີ.
ໜ້າຕາຈິງ ຂອງ AbimconBOQ
ລອງມາເບິ່ງການເຮັດວຽກຕົວຈິງຂອງ AbimconBOQ ໃນ 3 ຂັ້ນຕອນງ່າຍໆ.

ສ້າງຄັງວັດສະດຸຂອງເຈົ້າເອງ — ສ້າງລາຍການວັດສະດຸ-ແຮງງານຄັ້ງດຽວ ໃຊ້ໄດ້ຕະຫຼອດ
- ຕັ້ງຄ່າລາຍການແບບງ່າຍໆ 3 ຂັ້ນຕອນ: ປະເພດ, ຫົວໜ່ວຍ ແລະ ລາຍລະອຽດ
- 1 ລາຍການ ເອົາໄປໃຊ້ໄດ້ເຖິງ 4 ແບບ (Component, Material, Tag/Layer, Extra)
- ມີລາຍການວັດສະດຸທີ່ທີມງານ AbimconStudio ສ້າງໃຫ້ຄົບຕາມມາດຕະຖານກໍ່ສ້າງ ພ້ອມໃຫ້ນຳໃຊ້ໄດ້ເລີຍ — ຫຼື Copy ໄປປັບແຕ່ງລາຍລະອຽດໄດ້ຕາມຕ້ອງການ
- ແນບໄຟລ໌ .skp ສູງສຸດ 10 MB ສ້າງເປັນ Card ໄວ້ລາກວາງໄດ້ເລີຍ

ຈາກໂມເດວ SketchUp ປ່ຽນເປັນ BOQ ພ້ອມລາຄາ ໃນຄລິກດຽວ
- ກົດ Refresh ບາດດຽວ ໂປຣແກຣມຈະວັດແທກ 4 ມິຕິໃໝ່ ແລະ ໄລ່ລາຄາໃຫ້ທັງໝົດ
- ຈັດກຸ່ມລາຍການຕາມ Cost Code ພ້ອມແຍກຄ່າຂອງ-ຄ່າແຮງໃຫ້ຊັດເຈນ
- ຖ້າແປງຕົວເລກໃນແຖວດຽວ ມັນຈະໄລ່ລາຄາທັງຕາຕະລາງໃໝ່ໃຫ້ທັນທີ
- ເລືອກເບິ່ງໄດ້ 5 ແບບ (Cost, Summary, Owner's, Unpriced, Weight)
- ໃຊ້ Model Select ເພື່ອໄຮໄລ້ສີເບິ່ງ Object ຈິງໃນ 3D ຕາມແຖວທີ່ເລືອກໃນ BOQ

ແບບລາຍງານ 2,100 ແບບ → ພ້ອມສົ່ງອອກເປັນ PDF (4K) ແລະ Excel
- ມີຮູບແບບລາຍງານໃຫ້ເລືອກເຖິງ 2,100 ແບບ ຈາກ 25 Families ພ້ອມ 200+ ໂທນສີ
- ສົ່ງອອກເປັນ PDF ສູງສຸດ 4K ທີ່ແບ່ງໜ້າປົກ, ຕາຕະລາງ BOQ ແລະ ໜ້າສະຫຼຸບໃຫ້ຄົບ
- ສົ່ງອອກເຂົ້າ Excel ໃນຮູບແບບທີ່ຈັດໜ້າຕາໄວ້ໃຫ້ພ້ອມໃຊ້ງານ
- ຮອງຮັບເຈ້ຍ 6 ຂະໜາດ, ປັບແຕ່ງ Title Block ແລະ ໃສ່ໂລໂກ້ຂອງເຈົ້າເອງໄດ້
- ການອອກແບບລາຍງານທັງໝົດຈະຖືກເຊບໄວ້ໃນໄຟລ໌ .skp ຂອງເຈົ້າເລີຍ
ຈ່າຍລາຍປີ ຄຸ້ມຄ່າ ໃຊ້ໄດ້ເຕັມທຸກຟັງຊັນ
ນັບສິດຕາມເຄື່ອງຈິງ — ລົງ SketchUp ຈັກເວີຊັນໃນເຄື່ອງດຽວກັນ ກໍນັບເປັນພຽງ 1 ສິດເທົ່ານັ້ນ.
ສ່ວນຕົວ
1 Device · 1 ເຄື່ອງ- 1 Device (1 ເຄື່ອງ)
- ອັບໂຫຼດ Item ໄດ້ເຖິງ 2,000 ລາຍການ
- License / 1 ປີ
ມືອາຊີບ
3 Device · 3 ເຄື່ອງ- 3 Device (3 ເຄື່ອງ)
- ອັບໂຫຼດ Item ໄດ້ເຖິງ 8,000 ລາຍການ
- License / 1 ປີ
ບໍລິສັດ
10 Device · 10 ເຄື່ອງ- 10 Device (10 ເຄື່ອງ)
- ອັບໂຫຼດ Item ໄດ້ເຖິງ 30,000 ລາຍການ
- License / 1 ປີ
* ຖ້າສົນໃຈສັ່ງຊື້ ກົດທີ່ "ຕິດຕໍ່ສັ່ງຊື້" ແລ້ວທີມງານຂອງເຮົາ ຈະຕິດຕໍ່ກັບໄປເພື່ອເປີດ License ໃຫ້. ເຈົ້າສາມາດສ້າງລາຍການວັດສະດຸເອງໄດ້ຕາມ limit ຂອງແຕ່ລະແພັກເກັດ.

